ລັດວິສາຫະກິດ ນ້ຳປະປາ ແຂວງຫຼວງພະບາງ

ຍິນດີບໍລິການທ່ານ ເພຶ່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ

ປະຫັວດຄວາມເປັນມາ

- ແຂວງຫຼວງພະບາງປະກອບມີ 12 ຕົວເມືອງ ມີຊາຍແດນຕິດກັບ: ວຽດນາມ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ.
- ຫ່າງຈາກນະຄອນຫຼວງວຽງຈັນປະມານ 400 ກມ ເນື້ອທີ່ 16,875 ກມ2, ພົນລະເມືອງ 450,000 ຄົນ, 24 ຄົນ/ກມ2
- ຮອດປີ 2018 ປະຊາຊົນໄດ້ຊົມໃຊ້ນໍ້າປະປາແລ້ວ ກວມ 25%, ໃຊ້ນໍ້າລີນ 65% ແລະ ໃຊ້ນໍ້າຕາມທໍາມະຊາດ 10%.
- ມີລະບົບນໍ້າປະປາຊົມໃຊ້ແລ້ວ 8 ຕົວເມືອງຄື: ນະຄອນຫຼວງພະບາງ, ເມືອງນໍ້າບາກ, ເມືອງຊຽງເງີນ, ເມືອງນານ, ເມືອງງອຍ, ເມືອງໂພນໄຊ, ເມືອງຈອມເພັດ ແລະ ເມືອງວຽງຄຳ.
- ກໍາລັງກໍ່ສ້າງມີ 2 ຕົວເມືອງຄື: ເມືອງປາກແຊງນໍາໃຊ້ງົບປະມານຂອງລັດຖະບານລາວ, ໄດ້ສໍາເລັດການສໍາຫຼວດອອກແບບມີ: ເມືອງໂພນທອງ, ເຂດນໍ້າຖ້ວມ ເມືອງນໍ້າບາກ, ເມືອງປາກອູ, ເມືອງພູຄູນ.

ປະຫວັດການສ້າງຕັ້ງລັດວິສາຫະກິດນ້ຳປະປາ ແຂວງຫຼວງພະບາງ
ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ສ້າງຕັ້ງຂື້ນ ເມຶ່ອວັນທີ່ 01 ມັງກອນ 1997 ພາຍໃຕ້ ກົດໝາຍວ່າດ້ວຍທຸລະກິດສະບັບເລກທີ 03/94 ລົງວັນທີ 18 ກໍລະກົດ 1994 ແລະ ໄດ້ຮັບໃບທະບຽນວິສາຫະກິດ ສະບັບສຸທ້າຍ ສະບັບເລກທີ 819/ອຄ ລົງວັນທີ 20 ມີນາ 2008 ທີ່ອອກໃຫ້ໂດຍ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ. ໂດຍອີງຕາມກົດໝາຍ ວ່າດ້ວຍວິສາຫະກິດ ສະບັບເລກທີ 11/ສພຊ ລົງວັນທີ 09 ພະຈິກ 2005 ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ຮັບໃບທະບຽນວິສາຫະກິດ ສະບັບເລກທີ 2155/ຫຈຫ ລົງວັນທີ 20 ມີນາ 2009 ອອກໃຫ້ໂດຍ ຫ້ອງການເຈົ້າໜ້າທີ່ທະບຽນວິສາຫະກິດ ປະຈຳພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ເປັນລັດວິສາຫະກິດຂອງລັດ 100% ພາຍໃຕ້ການຊີ້ນຳຂອງ ຄະນະປະທານສະພາບໍລິຫານນ້ຳປະປາຂັ້ນແຂວງ ດຳເນີນການເຄື່ອນໄຫວທຸລະກິດ ພາຍໃຕ້ແນວທາງນະໂຍບາຍຂອງພັກ ປະຕິບັດຕາມລະບຽບກົດໝາຍ ຂອງລັດ, ມີພາລະບົດບາດໜ້າທີ່ ເພື່ອຕອບສະໜອງນ້ຳປະປາ ໃຫ້ສັງຄົມໄດ້ນຳໃຊ້ ເຂົ້າໃນການດຳລົງຊີວິດປະຈຳວັນ ເພື່ອພັດທະນາເສດທະກິດສັງຄົມຕ່າງໆ ໃນຂອບເຂດແຂວງຫຼວງພະບາງ₭, ມີຄວາມຮັບຜິດຊອບຕໍ່ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໃນການດຳເນີນງານຂອງຕົນຢ່າງຮອບດ້ານ ແລະ ຕ້ອງໄດ້ປະຕິບັດຕາມການຊີ້ນຳ ຂອງຄະນະກຳມະການດັດສົມທຸລະກິດນ້ຳປະປາ ເຊິ່ງເປັນຜູ້ຊີ້ນຳ ແລະ ໃຫ້ການປຶກສາຫາລື ກ່ຽວກັບມາດຕະຖານການປະຕິບັດງານ ທາງດ້ານເຕັກນິກ ແລະ ລະດັບລາຄານ້ຳປະປາ
ການພັດທະນາທາງດ້ານພື້ນຖານໂຄງລ່າງ
1. ປີ 2001 ໄດ້ປັບປຸງຫ້ອງການ ຫຼັງຄາໄດ້ປ່ຽນຈາກມຸງສັງກະສີ ມາມຸງດ້ວຍດິນຂໍຊີມັງ.
2. ປີ 2004 ໄດ້ສ້າງຫ້ອງຝືກອົບຮົມພາກເໜືອ ດ້ວຍການປັບປຸງເອົາສາງມາເຮັດເປັນຫ້ອງປະຊູມ.
3. ປີ 2013 ໄດ້ສ້າງສະໂມສອນໃໝ່ທີ່ສາມາດບັນຈຸໄດ້ 120 ຄົນ ພ້ອມທັງສ້າງເປັນຫ້ອງເຮັດວຽກຈໍານວນໜຶ່ງ
4. ປີ 2015 ໄດ້ສ້າງຫ້ອງການຂະແໜງເຕັກນິກການຊ່າງ, ສາງເຄື່ອງທີ່ບ້ານຜານົມໃຫຍ່
5. ປີ 2018 ການປັບປຸງກໍ່ສ້າງຫ້ອງການໃໝ່, ປັບປຸງເດີນ, ປັບປຸງຮົ້ວອ້ອມຫ້ອງການ ດ້ວຍທຶນຂອງ ລັດວິສາຫະກິດນໍ້າປະປາ.
6. ປີ 2018 ໂດຍໄດ້ມີການປຶກສາໃນຄະນະອໍານວຍການ ເພື່ອວາງແຜນສ້າງຫ້ອງການຂອງນໍ້າປະປາແຂວງ ໂດຍໄດ້ນໍາສະເໜີຂໍດິນທີ່ ບ້ານນູນສະຫວາດໃກ້ກັບສະຖານີລົດຄວາມໄວສູງ.

Snow
ກະລຸນາປ້ອນເລກບັນຊີ
ເລືອກປີທີ່ຕ້ອງການເບິ່ງ

ນ້ຳປະປາເພຶ່ອປະຊາຊົນ

ລັດວິສາຫະກິດນ້ຳປະປາ ແຂວງຫຼວງພະບາງ

#

ເບີໂທສາຍດ່ວນ 071 1169

ທໍ່ນ້ຳແຕກ, ນ້ຳຮົ່ວ, ໂທແຈ້ງ 24 ຊົ່ວໂມງບໍ່ເສຍຄ່າໂທ