ລັດວິສາຫະກິດ ນ້ຳປະປາ
ແຂວງຫຼວງພະບາງ

ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ

ກວດປະຫວັດລູກຄ້າ

📊 ທົດລອງຄິດໄລ່ຄ່ານ້ຳ
ຂ່າວສານການເຄື່ອນໄຫວ

ໃນຕອນເຊົ້າ ຂອງວັນທີ 28 ພຶດສະພາ 2026 ທີ່ຫ້ອງປະຊຸມລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ຄະນະກຳມະການສະພາບໍລິຫານ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ຈິນດາວົງ ໂພສີຄໍາ ກຳມະການສຳຮອງສູນກາງພັກ, ຮອງປະທານ ຄະນະກໍາມະການ ປົກຄອງແຂວງຫຼວງພະບາງ, ປະທານສະພາບໍລິຫານ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ, ມີຮອງປະທານຄະນະກຳມະການ, ຄະນະກຳມະການ ສະພາບໍລິຫານ ລັດວິສາຫະກິດນໍ້າປະປາ ຈາກພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ພະແນກ ແຜນການ ແລະ ການເງິນແຂວງ, ພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງເຂົ້າຮ່ວມ, ມີຄະນະອຳນວຍການ, ຫົວໜ້າຂະແໜງການ, ຫົວໜ້າກຸ່ມວຽກ ແລະ ວິຊາການ ລັດວິສາຫະກິດນໍ້າປະປາແຂວງ ເຂົ້າຮ່ວມ ເຊິ່ງກອງປະຊຸມ ໄດ້ມີການລາຍງານຜົນການດຳເນີນທຸລະກິດ ປະຈໍາປີ 2025 ແລະ ປຶກສາຫາລື ຜ່ານແຜນການດຳເນີນທຸລະກິດ ປະຈໍາປີ 2026 ຂອງລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ.

ຮູບໃບບິນຄ່ານ້ຳ ແລະ ໃບຮັບເງິນ
ດາວໂຫຼດແອັບນ້ຳປະປາໄດ້ແລ້ວທີ່ນີ່:
Download on Play Store LPBNPP
Dropdown Menu Panel