ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ
ໃນວັນທີ 14 ພະຈິກ 2023 ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັນ ລະຫວ່າງ ລັດວິສາຫະກິດນໍ້າປະປາ 3 ແຂວງ: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ ກໍ່ຄື ໂຄງການສ້າງຄວາມອາດສາມາດໃນການດໍາເນີນງານ ແລະ ບໍາລຸງຮັກສາລະບົບສາຍທໍ່ນໍ້າປະປາ ໃຫ້ແກ່ລັດວິສາຫະກິດນໍ້າປະປາ (ໂຄງການຮາກຫຍ້າ) ໄລຍະທີ2 ແຕ່ປີ 2024-2027 ທີ່ໂຮງແຮມຄລາວພາຊາ ນະຄອນຫຼວງວຽງຈັນ