ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ
ໃນຕອນແລງຂອງວັນທີ 8 ພະຈິກ 2023 ໄດ້ເປີດກອງປະຊຸມ ພິທີມອບ-ໜ້າທີ່ ພະນັກງານ ຂອງ ສາຂານໍ້າປະປາ ເມືອງຊຽງເງິນໄດ້ແຕ່ງຕັ້ງ ທ່ານ ສິດທິພອນ ດາລາວົງ ຮອງຫົວໜ້າສາຂາ ຂຶ້ນ ເປັນວ່າການຫົວໜ້າສາຂາເມືອງຊຽງເງິນ, ທ່ານ ຄໍາຝັ້ນ ດວງຈໍາປາ ຫົວໜ້າກຸ່ມວຽກ ຂຶ້ນເປັນ ຮອງຫົວໜ້າສາຂານໍ້າປະປາ ເມືອງຊຽງເງິນ ແລະ ນາງ ສີສະໝຸດ ສອນພັນ ຂຶ້ນເປັນຫົວໜ້າ ກຸ່ມວຽກບໍລິຫານ ໂດຍມີຄະນະນໍາຂັ້ນເມືອງ,ແຂວງ ເຂົ້າຮ່ວມ ຢ່າງເປັນທາງການ