ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ
ໃນຕອນແລງຂອງວັນທີ່ 10/8/2022 ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ເປີດ ພິທີ ສະຫຼຸບການກໍ່ສ້າງ ໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ ຄະນະພັກຮາກຖານຂອງ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ປະຈໍາປີ 2021 ແລະ ທິດທາງ ປີ 2022 ຢ່າງເປັນທາງການ ໂດຍມີ ຫົວໜ້າ ຈັດຕັ້ງແຂວງ ແລະ ແຂກຜູ້ມີກຽດເຂົ້າໃນຄັ້ງນີ້ດ້ວຍ.