ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ
ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ໄດ້ລົງເຜີຍວຽກງານນໍ້າປະປາຊຸມຊົນທີ່ຍັງບໍ່ທັນໄດ້ຊົມນໍ້າປະປາເທື່ອ ໄດ້ລົງເຜີຍແຜ່ໃນວັນທີ່ 3-4/3/2022 ຢູ່ທີ່ ເມືອງໂພນໄຊ ຈໍານວນ 3 ບ້ານ ຄື: ບ້ານທ່າໂພ, ບ້ານນໍ້າບໍ່ ແລະ ບ້ານ ຫ້ວຍໂນະ ເຊິ່ງເປັນພື້ນທີ່ກໍາລັງກໍ່ສ້າງລະບົບນໍ້າປະປາໃໝ່ ເພື່ອໃຫ້ປະຊາຊົນໃນພື້ນທີ່ດັ່ງກ່າວ ໄດ້ເຂົ້າໃຈກ່ຽວກັບການຫັນປ່ຽນມາຊົມໃຊ້ນໍ້າປະປາ ທີ່ມີຄວາມສະອາດປອດໄພ, ຄວາມສະຖຽນນະພາບ ແລະ ຄວາມຍືນຍົງ ຕໍ່ກັບການດໍາລົງຊີວິດ.