ຍິນດີບໍລິການທ່ານ ເພື່ອຜົນປະໂຫຍດຂອງປະຊາຊົນແຂວງຫຼວງພະບາງ
ໃນຕອນເຊົ້າຂອງວັນທີ່ 4/3/2022 ໄດ້ຈັດກອງປະຊຸມຄົ້ນຄວ້າສືບຕໍ່ການກໍ່ສ້າງລະບົບນໍ້າປະປາເມືອງຈອມເພັດ ໂດຍທຶນສົມທົບ ຂອງມູນນິທິ ອິດມິດເວດ ປະຈໍາ ສປປ ລາວ ແລະ ບໍລິສັດທໍ່ນໍ້າລາວ ອຸດສາຫະກໍາເທັກໂນໂລຊີຈໍາກັດ ໂດຍການສະໜັບສະໜູນຂອງແຂວງຫຼວງພະບາງ ຢູ່ທີ່ຫ້ອງປະຊຸມລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ.